หน้าเว็บ

วันเสาร์ที่ 21 มกราคม พ.ศ. 2555

ບານເຕະສານ ກ ເປີດສາກຕົ້ນເດືອນຫນ້າ

ສະຫະພັນບານເຕະແຫ່ງ ຊາດລາວເຜີຍບານເຕະສາຍ ກ ປະຈຳປີນີ້ ຍັງມີ 10 ທີມເທົ່າເກົ່າ ເນື່ອງຈາກຫລາຍແຂວງ ຍັງບໍ່ສາມາດເຂົ້າຮ່ວມໄດ້ອ້າງຈະມີການເພີ່ມເງີນລາງວັນ ຫລາຍກວ່າ 100 ລ້ານກີບສົ່ງ ເສີມຄວາມຄືກຄັກເປີດເສີກວັນ ທີ 4 ກຸມພານີ້.

  ທ່ານ ດຣ. ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນບານ ເຕະແຫ່ງຊາດລາວໃຫ້ຮູ້ເມື່ອໄວໆມານີ້ວ່າ: ລາຍການບານເຕະສາຍ ກ ຫລື ລາວລີກທີ່ຄຸ້ນຫູກັນດີຈະເປີດສາກການແຂ່ງຂັນ ລາຍການວັນທີ 4 ກຸມພາ (ເດືອນຫນ້າ) 2012 ເຊິ່ງມີທັງຫມົດ 10 ທີມເຂົ້າຮ່ວມນຳ ໂດຍກະ ຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ເອສຣາເປັນຕົ້ນ…
  ຄາດວ່າ ມູນຄ່າເງິນລາງວັນບານເຕະສາຍ ກ ປະຈຳປີນີ້ ຈະເພີ່ມຈາກ 100 ລ້ານກີບຂຶ້ນໄປ ເນື່ອງຈາກມີບໍລິສັດຕ່າງຊາດມາໃຫ້ການສະຫນັບສະຫນູນ. ທັງນີ້ ຈຳນວນເງິນທີ່ຈະເພີ່ມຍັງບໍ່ມີ ລາຍ ລະອຽດທີ່ເດັ່ນຊັດຕ້ອງ ລໍຖ້າທ້າຍເດືອນຈິ່ງຈະເຜີຍໃຫ້ຮູ້ອີກເທື່ອຫນຶ່ງທ່ານ ດຣ. ໄຊບັນດິດກ່າວ.
  ບານເຕະສາຍ ກ ຈັດຂຶ້ນທຸກໆ ປີ ໂດຍສະຫະພັນບານເຕະແຫ່ງ ຊາດລາວ, ລາຍການນີ້ຈັດຂຶ້ນ ເພື່ອເປັນການຊອກຫານັກກີລາລາວຜົນງານເດັ່ນເຂົ້າໄປຫລິ້ນໃຫ້ກັບທີມຊາດທັງຊຸດຊີເກມ ແລະ ຊຸດໃຫຍ່ ເພື່ອພັດທະນານັກເຕະລາວອອກສ້າງຜົນງານສູ່ລະ ດັບອາຊຽນ ແລະ ສາກົນເທື່ອລະກ້າວ.

ไม่มีความคิดเห็น:

แสดงความคิดเห็น