หน้าเว็บ

วันศุกร์ที่ 23 มีนาคม พ.ศ. 2555

ສຕລ ມອບລາງວັນໃຫ້ລີກສາຍ ກ 2011

ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ສະ­ຫຼຸບ​ຜົນ­ງານ​ການ­ເຄື່ອນ­ໄຫວ ພ້ອມ​ທັງ​ມອບ​ລາ­ງວັນ​ຕ່າງໆ​ໃຫ້​ແກ່​ລີກ​ສາຍ ກ ປີ 2011 ແລະ ບານ­ເຕະ​ຍິງ​ຊີງ​ຂັນ​ປະ­ທານ​ສະ­ພາ​ແຫ່ງ​ຊາດ 2011 ຂຶ້ນ ໃນ​ວັນ​ທີ 16 ມີ­ນາ 2012 ຜ່ານ​ມາ ທີ່​ໂຮງ­ແຮມ​ເມີ​ກຽວ (ໂນ​ໂວ​ເທວ​ເກົ່າ) ໂດຍ​ເປັນ​ກຽດ​ເຂົ້າ​ຣ່ວມ​ຂອງ​ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ກີ­ລາ​ລະ­ດັບ​ສູງ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທ່ານ ວີ​ເພັດ ສີ​ຫາ​ຈັກ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ ມີ​ບັນ­ດາ​ການ​ນຳ​ແຕ່​ລະ​ສະ­ໂມ­ສອນ ກຳ­ມະ­ການ ຄູ​ເຝິກ ແລະ ນັກ­ກີ­ລາ ເຂົ້າ​ຮ່ວມ.
ສຳ­ລັບ​ລາ­ງວັນ​ທີ່​ທາງ ສຕລ ມອບ​ໃຫ້​ຄັ້ງ​ນີ້ ປະ­ກອບ​ມີ: ທີມ​ຊະ­ນະ​ເລີດ​ເຕະ­ບານ​ສາຍ ກ ປະ­ຈຳ​ປີ 2011 ສະ­ໂມ­ສອນ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ຣັບ​ຂັນ​ຊະ­ນະ​ເລີດ ພ້ອມ​ເງິນ­ສົດ 100 ລ້ານ​ກີບ ຮອງ​ຊະ­ນະ​ເລີດ ສະ­ໂມ­ສອນ​ທະ­ນາ­ຄານ ໄດ້​ຮັບ​ເງິນ­ສົດ 50 ລ້ານ​ກີບ ແລະ ອັນ​ດັບ 3 ສະ­ໂມ­ສອນ​ເອ​ສຣາ ໄດ້​ຣັບ​ເງິນ­ສົດ 20 ລ້ານ​ກີບ ນອກ­ຈາກ​ນີ້ ຍັງ​ມີ​ທີມ​ມາ­ລະ­ຍາດ​ດີ­ເດັ່ນ ທີມ​ຍິງ​ບ້ານ​ແສນ​ດິນ ທີມ​ຊາຍ​ອິດ​ສະ​ເຕິນ​ສະ​ຕາ ຄູ​ເຝິກ​ດີ­ເດັ່ນ ທີມ​ຍິງ ທ່ານ ບຸນ​ຫຼີ ຈາກ​ທີມ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ທີມ​ຊາຍ ທ່ານ ບ່ຽງ​ຊູ​ນາ ຈາກ​ສະ­ໂມ­ສອນ​ເອ​ສຣາ ກຳ­ມະ­ການ​ຕັດ­ສິນ​ດີ­ເດັ່ນ ປະ­ເພດ​ຍິງ ທ່ານ ຄາ­ລົມ ປັນ­ຍາ​ທອງ ປະ­ເພດ​ຊາຍ ທ່ານ ພອນ​ສຸກ ສິນ​ເຕ­ໂຊ ກຳ­ມະ­ການ​ຊ່ວຍ​ດີ­ເດັ່ນ​ຍິງ ທ່ານ​ນາງ ແຕ໋ວ ພູ​ແກ້ວ ປະ­ເພດ​ຊາຍ ທ່ານ ສົມ​ພາ​ວັນ ຫຼວງ​ລາດ ນັກ­ກີ­ລາ​ດີ­ເດັ່ນ​ຍິງ ນາງ ສຸ­ຈິດ​ຕາ ພົມ​ຫາ​ລາດ ປະ­ເພດ​ຊາຍ ທ້າວ ສຸກ​ອາ­ພອນ ວົງ​ຈຽງ​ຄຳ ຜູ້­ຍິງ​ປະ­ຕູ​ສູງ​ສຸດ​ຍິງ ນາງ ສຸ­ພາ​ວັນ ໄພ​ວັນ ແລະ ປະ­ເພດ​ຊາຍ ທ້າວ ແລມ​ໂບ້ ໄຊ­ຊະ­ນະ.

ไม่มีความคิดเห็น:

แสดงความคิดเห็น