หน้าเว็บ

วันพฤหัสบดีที่ 19 กรกฎาคม พ.ศ. 2555

LAO LEAGUE 2013 CHAMPASAK AND SAVANNAKHET WILL JOIN.


ລີກສາຍ ກ ລະດູການ 2013 ອາດເພີ່ມທີມຕ່າງແຂວງ

ພາຍ­ຫຼັງ​ສຳ­ເລັດ​ການ​ແຂ່ງ­ຂັນ​ເຕະ­ບານ​ລີກ​ສາຍ ກ ລະ­ດູ​ການ 2012 ເມື່ອ​ທ້າຍ​ອາ­ທິດ​ຜ່ານ​ມາ ຊຶ່ງ​ສະ­ໂມ­ສອນ ປກສ ສ້າງ​ປະ­ຫວັດ­ສາດ ຄວ້າ​ແຊັມ​ເປັນ​ສະ­ໄໝ​ທຳ​ອິດ​ມາ​ຄອງ ດັ່ງ­ນັ້ນ ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ກໍ່​ສືບ­ຕໍ່​ກຽມ​ຄວາມ​ພ້ອມ​ໃນ​ການ​ຈັດ­ການ​ແຂ່ງ­ຂັນ​ໃນ​ລະ­ດູ​ການ 2013 ໂດຍ​ຈະ​ວາງ​ແຜນ​ດຶງ​ເອົາ​ທີມ​ເກັ່ງ​ຈາກ​ແຂວງ​ພາກ​ໃຕ້ ກໍ່​ຄື​ສະ­ຫວັນ​ນະ​ເຂດ ແລະ ຈຳ­ປາ​ສັກ ເຂົ້າ​ຮ່ວມ ພ້ອມ​ທັງ​ຈະ​ມີ​ການ​ໃຫ້​ແຕ່​ລະ​ສະ­ໂມ­ສອນ​ກຽມ​ສະ­ໜາມ​ຕົນ​ເອງ​ເພື່ອ​ແຂ່ງ­ຂັນ​ໃນ​ບ້ານ​ແລະ ນອກ​ບ້ານ.
ຈາກ​ການ​ໃຫ້​ສຳ­ພາດ​ຂອງ​ທ່ານ ໄຊ​ບັນ­ດິດ ຣາ​ຊ​ພົນ ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ ສຕລ ກັບ​ທີມ​ຂ່າວ​ກີ­ລາ ໃນ​ວັນ​ທີ 16 ກໍ­ລະ­ກົດ 2012 ວ່າ: ສຳ­ລັບ​ການ​ແຂ່ງ­ຂັນ​ເຕະ­ບານ​ລີກ​ສາຍ ກ ລະ­ດູ​ການ​ໜ້າ­ທີ່​ຈະ​ເປີດ​ສາກ​ຂຶ້ນ​ຕົ້ນ​ປີ 2013 ນີ້ ຄາດ​ວ່າ​ຈະ​ມີ​ຈຳ­ນວນ 10 ທີມ​ຄື­ເກົ່າ ຫຼື ຫຼາຍ​ກວ່າ​ເກົ່າ ໂດຍ​ພວກ​ເຮົາ​ມີ​ແຜນ​ກຽມ​ດຶງ​ເອົາ​ທີມ​ເກັ່ງ​ຈາກ​ພາກ​ໃຕ້ ເຊັ່ນ ສະ­ຫວັນ​ນະ​ເຂດ ແລະ ຈຳ­ປາ​ສັກ ເຂົ້າ​ຮ່ວມ​ຄັດ​ເລືອກ​ກັບ​ທີມ​ທີ່­ຢູ່​ອັນ​ດັບ 8-9 (ເພື່ອນ​ພັດ­ທະ­ນາ ແລະ ລາວ​ລ້ານ​ຊ້າງ) ລະ­ດູ​ການ 2012ຜ່ານ​ມາ ແລະ ອີກ​ສອງ​ທີມ​ຈາກ​ສາຍ ຂ ເພື່ອ​ຄັດ​ເອົາ​ທີມ​ທີ່​ໄດ້​ມາດ­ຕະ­ຖານ​ຮ່ວມ​ລີກ​ສາຍ ກ ລະ­ດູ​ການ​ໜ້າ ນອກ­ຈາກ​ນີ້ ປີ­ໜ້າ​ພວກ​ເຮົາ​ຈະ​ມີ​ການ​ປ່ຽນ­ແປງ​ລະ­ບົບ​ການ​ແຂ່ງ­ຂັນ ເພື່ອ​ແຂ່ງ­ຂັນ​ໃນ​ບ້ານ ແລະ ນອກ​ບ້ານ ໂດຍ​ສະ­ເພາະ​ຈະ​ໃຫ້​ແຕ່​ລະ​ສະ­ໂມ­ສອນ​ປັບ­ປຸງ​ສະ­ໜາມ​ຂອງ​ຕົນ​ເອງ ເພື່ອ​ກຽມ​ໃສ່​ໃຫ້​ທັນ​ກັບ​ການ​ແຂ່ງ­ຂັນ​ລະ­ດູ​ການ​ໜ້າ.

ไม่มีความคิดเห็น:

แสดงความคิดเห็น