หน้าเว็บ

วันพฤหัสบดีที่ 12 กรกฎาคม พ.ศ. 2555

ເລັ່ງສ້າງ​ນັກ​ເຕະບານ​ຮຸ່ນ​ນ້ອຍ ​ໃຫ້​ກາຍ​ເປັນ​ຜູ້​ສືບ​ທອດ


 (ຂປລ): ເພື່ອ​ເປັນ​ການ​ສ້າງ​ນັກ​ກິລາ​​ເຕະບານ​ຮຸ່ນ​ສືບ​ທອດ ຂອງສະຫະພັນ​ບານ​ເຕະ​ແຫ່ງ​ຊາດ (ສຕລ) ຈຶ່ງ​ມີ​ແຜນ​ເລັ່ງສ້າງ​ນັກ​ເຕະບານ​ຮຸ່ນ​ນ້ອຍ ດ້ວຍ​ການ​ຈັດການ​ແຂ່ງຂັນ​ ຢ່າງ​ຕໍ່​ເນື່ອງ​ ໃນໂຮງ​ຮຽນ ​ເພື່ອ​ໃຫ້​ກາຍ​ເປັນ​ນັກ​ເຕະບານ​ສືບ​ທອດ​ຜູ້​ທີ່​ເຂັ້ມ​ແຂງ​ໃນຕໍ່ຫນ້າ


ທ່ານ ດຣ. ໄຊ​ບັນ ຣາຊະ​ພົນ, ​ເລຂາທິການ ສະຫະພັນບານ​ເຕະ​ແຫ່ງຊາດ ​ໃຫ້​ສຳພາດ​ວ່າ:​ ຍາມ​ໃດ ສຕລ ກໍ​ມີ​ຈຸດປະສົງ​ພັດທະນາ​ວົງ​ການ​ບານ​ເຕະ​ລາວ ​ໃຫ້​ເທົ່າ​ທຽມ​ກັບ​ລະດັບ ​ພາກ ພື້ນ ແລະ ສາກົນ, ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ເນັ້ນ​ໃສ່​ການ​ສ້າງ​ແຕ່​ນັກ​ເຕະ​ຮຸ່ນ​ໃຫຍ່ ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລີຍ. ແຕ່​​ຜ່ານ​ການ​​ແລກປ່ງນບົດຮຽນກັບ​ຫລາຍໆ​ປະ​ເທດ ​ແລະ ​ໄດ້​ຮັບ​ທຶນ​ ຈາກ FIFA ແລະ AFC ເພື່ອ​ພັດທະນາ​ນັກ​ເຕະບານ​ລະດັບ ​ໂຮງຮຽນ​ປະຖົມ ​ແລະ ມັດ​ທະ​ຍົມ (U-12, U- 14 ແລະ U-16), ດັ່ງນັ້ນ ໃນຕໍ່ຫນ້າ ສະຫະພັນບານ​ເຕະ​ແຫ່ງ​ຊາດ ຈຶ່ງ​ຈະ​ຈັດການ​ແຂ່ງຂັນ​ລະດັບ​ນີ້ຂຶ້ນ ຢູ່ທີ່ນະຄອນຫລວງ​ວຽງ​ຈັນ​ກ່ອນ. ເຊິ່ງຈະ​ມອບ​ໃຫ້​ແຕ່ລະ​ໂຮງຮຽນ ສ້າງ​ນັກ​ເຕະ​ຂອງ​ຕົນ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ດັ່ງກ່າວ. ຖ້າ​ຫາກ​ເຮົາ​ບໍ່​ເລີ່​ມ ສ້າງ​ນັກ​ເຕະບານ​ຮຸ່ນ​ນີ້ຂຶ້ນມາ ມັນ​ຈະ​ບໍ່​ເປັນ​ການ​ດີ​ຕໍ່​ການ​ພັດທະນາ​ກິລາ​ບານ​ເຕະ​ໃນ​ສະ​ເພາະ​ຫນ້າ, ​ເພາະວ່າ ນັກ​ກິລາ​ທີ​ມຊາດ​ຮຸ່ນ​ໃຫຍ່ ພໍ​ອາຍຸ​ເກີນ​ກໍ​ຕ້ອງ​ຢຸດ​ການ​ຫລິ້ນ​ໄປ​ໃນ​ຕົວ. ດ້ວຍ​ເຫດ​ນີ້ ມັນ​ຈຶ່ງ​ຈຳ​ເປັນ​ທີ່ ສຕລ ຕ້ອງ​ໄດ້​ພັດທະນາ​​ເດັກນ້ອຍ​ໃຫ້​ກາຍ​ມາ​ເປັນ​ຕົວ​ແທນ​ໃຫ້​ແກ່​ນັກ​ກິລາ​ທີ​ ມຊາດ​ໃນ​ປະຈຸ​ບັນ, ພ້ອມ​ນີ້ ສຕລ ຍັງ​ຈະ​ໃຫ້ການ​ສະຫນັບສະຫນູນ​​ ໃຫ້ຈັດການ​ແຂ່ງຂັນ ຕະຫລອດ​ຮອດ​ສະຫນອງ​ກຳມະກາ​ນຕັດສິນ ແລະ ​ເງິນ​ລາງວັນ​ຕ່າງໆ ໃຫ້​ແກ່​ນັກ​ກິລາ, ຄຽງ​ຄູ່​ກັບ​ການ​ເປີດ​ໂອກາດ​ໃຫ້ ບັນດາສ​ະ​ໂມ​ສອນ​ກິລາບານ​ເຕະ​ຂອງ​ລາວ ​ໄດ້​ມີ​ໂອກາດ​ຄັດ​ເລືອກ​ເອົາ​ນັກ​ກິລາ​ທີ່​ເກັ່ງ​ເຂົ້າ​ໄປ​ສັງກັດ​ໃນ​ສະ​ໂມ ​ສອນ​ຂອງ​ຕົນ​. ເນື່ອງ​ຈາກ​ຫລາຍ​ສະ​ໂມ​ສອນ ຍັງ​ຂາດ​ໂອກາດ​ໃນ​ການ​ຊອກ​ຄົ້ນ​ນັກ​ກິລາ​ຢູ່​ແຕ່ລະ​ເມືອງ ກໍ​ຄື​ແຕ່​ລະ​ບ້ານ ເພາະບໍ່​ມີ​ງົບປະມານ, ດັ່ງນັ້ນ ໂອກາດ​ນີ້ ຈຶ່ງ​ເປັນ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ທຸກ​ຝ່າຍ ບໍ່​ວ່າ​ຈະ​ເປັນ​ສະ​ໂມ​ສອນ ຄັດ​ເລືອກ​ໄດ້​ນັກ​ກິລາ​ ຕະຫລອດ​ຮອດ​ ສຕລ ກໍ​ມີ​ນັກ​ກິລາ​ທີ​ມຊາດ​ໄວ​ຫນຸ່ມ ​ເຂົ້າ​ມາ​ຮັບ​ໃຊ້​ຊາດ.


ທ່ານ ດຣ. ໄຊ​ບັນ ຣາຊະ​ພົນ ກ່າວ​ຕື່ມ​ອີກ​ວ່າ: ປະຈຸ​ບັນ ສະ​ໂມ​ສອນບານ​ເຕະ ທີ່​ສາມາດ​ສ້າງ​ໄດ້​ນັກ​ກິລາ​ທຸກ​ຮຸ່ນ ແມ່ນ ສະ​ໂມ​ສອນ ​ເອສຣາ ​​ເຊິ່ງ​ເປັນ​ສະ​ໂມ​ສອນ​ທີ່​ໂດດ​ເດັ່ນ​ຢູ່​ໃນ​ລາວ ​ເພາະ​ນັກ​ກິລາ​ທີ​ມຊາດ​ທຸກ​ຮຸ່ນ ແມ່ນ​ມີ​ນັກ​ກິລາ​ຂອງ ສະ​ໂມ​ສອນ ເອສຣາ ຮ່ວມ​ຢູ່​ນຳ, ພ້ອມ​ນີ້ ຍັງ​ສາມາດ​ສົ່ງ​ນັກ​ເຕະບານ​ໄປ​ຫລິ້ນ​ໃຫ້​ກັບ​ສະ​ໂມ​ສອນ​ຂອງ​ໄທ​ອີກ​ດ້ວຍ. ນອກຈາກ​ນີ້ ສະ​ໂມ​ສອນ​ບານ​ເຕະ ປກສ ​ໄດ້​ເລີ່​ມສ້າງ​ນັກ​ກິລາ​ຮຸ່ນ​ສືບ​ທອດ​ແລ້ວ​ເຊັ່ນ​ກັນ, ດັ່ງນັ້ນ ສຕລ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ທຸກ​ສະ​ໂມ​ສອນ​ໃນ​ນະຄອນຫລວງ​ວຽງ​ຈັນ​ເອງ ກໍ​ຄື ຕ່າງ​ແຂວງ ຈົ່ງ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ສ້າງ​ນັກ​ເຕະບານ​ຮຸ່ນ​ສືບ​ທອດ​ຂອງ​ຕົນ​ເອງ​ ຂຶ້ນມາ ​ເຊິ່ງນອກຈາກ​ຈະ​ມີ​ນັກ​ກິລາ​ທີ່​ເກັ່ງ​​ໃນ​ສະ​ໂມ​ສອນແລ້ວ, ຍັງ​ສາມາດ​ຂາຍ​ນັກ​ເຕະບານ​ໃຫ້​ສະ​ໂມ​ສອນ​ອື່ນ ກໍ​ຄື​ຂາຍ​ໃຫ້​ກັບ​ສະ​ໂມ​ສອນ​ປະ​ເທດເພື່ອນ​ບ້ານ​ອີກດ້ວຍ.


ไม่มีความคิดเห็น:

แสดงความคิดเห็น