หน้าเว็บ

วันอังคารที่ 17 กรกฎาคม พ.ศ. 2555

ເຕະບານຊີງຂັນທ່ານນາຍົກ ກຽມເປດແຂ່ງຂັນຮອບຄັດເລືອກຕົ້ນເດືອນຕຸລານີ້


ເຕະບານຊີງຂັນທ່ານນາຍົກ ກຽມເປດແຂ່ງຂັນຮອບຄັດເລືອກຕົ້ນເດືອນຕຸລານີ້

ການ​ແຂ່ງ­ຂັນ​ເຕະ­ບານ​ຊີງ​ຂັນ​ພະ­ນະ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ປະ­ຈຳ​ປີ 2012 ຮອບ​ຄັດ​ເລືອກ​ທົ່ວ​ປະ­ເທດ ກຽມ​ຈັດ​ແຂ່ງ­ຂັນ​ໃນ​ລະ­ຫວ່າງ​ຕົ້ນ​ເດືອນ​ຕຸ­ລາ 2012 ນີ້ ເພື່ອ​ຄັດ​ເອົາ 8 ທີມ ເປັນ​ຕົວ​ແທນ​ຂອງ​ແຕ່​ລະ​ເຂດ​ເຂົ້າ​ມາ​ຫຼິ້ນ​ໃນ​ຮອບ​ສຸດ​ທ້າຍ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ກັບ 4 ທີມ​ຈາກ​ສາຍ ຂ (ທີມ​ທີ່​ມີ​ຄະ­ແນນ​ຕິດ 1 ໃນ 4).
ທ່ານ ດຣ.ໄຊ​ບັນ­ດິດ ຣາ​ຊ​ພົນ ເລ­ຂາ­ທິ­ການ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ (ສຕລ) ໃຫ້​ສຳ­ພາດ​ກັບ​ທີມ​ຂ່າວ​ພວກ​ເຮົາ ໃນ​ວັນ​ທີ 11 ກໍ­ລະ­ກົດ 2012 ວ່າ: ເພື່ອ​ເປັນ​ການ​ສືບ­ຕໍ່​ພັດ­ທະ­ນາ​ວົງ​ການ​ເຕະ­ບານ​ຮຸ່ນ​ສືບ​ທອດ ໃຫ້​ນັບ​ມື້​ມີ​ບົດ­ບາດ​ຂະ­ຫຍາຍ­ຕົວ​ຢ່າງ​ກວ້າງ­ຂວາງ​ຂຶ້ນ​ເລື້ອຍໆ ດັ່ງ­ນັ້ນ ໃນ​ລະ­ຫວ່າງ​ຕົ້ນ​ເດືອນ​ຕຸ­ລາ 2012 ນີ້ ທາງ ສຕລ ຈະ​ສືບ­ຕໍ່​ຈັດ­ການ​ແຂ່ງ­ຂັນ​ເຕະ­ບານ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຊີງ​ຂັນ​ພະ­ນະ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂດຍ​ກົດ​ລະ­ບຽບ​ຂອງ​ການ​ແຂ່ງ­ຂັນ​ຈະ​ໃຊ້​ກົດ​ລະ­ບຽບ​ເກົ່າ​ກໍ​ຄື ຈະ​ມີ​ການ​ໄປ​ຄັດ​ເອົາ 8 ທີມ​ທີ່​ເປັນ​ຕົວ​ແທນ​ຂອງ​ແຕ່​ລະ​ເຂດ (4 ເຂດ ເຂດ​ລະ 2 ທີມ ຈາກ 16 ແຂວງ) ເຂົ້າ​ມາ​ຫຼິ້ນ​ໃນ​ຮອບ​ສຸດ​ທ້າຍ​ຮ່ວມ​ກັບ 4 ທີມ​ຈາກ​ສາຍ ຂ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ຮອບ​ສຸດ​ທ້າຍ​ຈະ​ມີ​ທັງ​ໝົດ 12 ທີມ ແລະ ຄາດ​ວ່າ​ຈະ​ທຳ​ການ​ແຂ່ງ­ຂັນ​ໃນ​ລະ­ຫວ່າງ​ທ້າຍ​ເດືອນ​ພະ­ຈິກ 2012 ນີ້.
ສຳ­ລັບ​ການ​ແຂ່ງ­ຂັນ​ຮອບ​ຄັດ​ເລືອກ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ປີ​ນີ້ ຈະ​ບໍ່​ມີ​ທີມ​ໃນ​ລະ­ດັບ​ສາຍ ກ ເຂົ້າ​ຮ່ວມ​ແຕ່​ຢ່າງ­ໃດ ເນື່ອງ​ຈາ​ກວ່າ​ປີ​ນີ້ ສຕລ ຈະ​ຄັດ​ເອົາ​ທີມ​ທີ່​ແຂ່ງ­ຂັນ​ໃນ​ລະ­ດັບ​ສາຍ ຂ ເທົ່າ​ນັ້ນ ເພື່ອ​ເຮັດ​ການ​ແຂ່ງ­ຂັນ​ມີ​ສີ­ສັນ​ຂຶ້ນ​ຕື່ມ ຊຶ່ງ​ຮອບ​ຄັດ​ເລືອກ​ສາຍ ຂ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ຕົ້ນ​ເດືອນ​ສິງ­ຫາ 2012 ທີ່​ຈະ​ເຖິງ​ນີ້.

From  Vientianemai.net

ไม่มีความคิดเห็น:

แสดงความคิดเห็น