หน้าเว็บ

วันศุกร์ที่ 27 กรกฎาคม พ.ศ. 2555

Kokichi Kimura new Laos national head coach.


ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ ໄດ້​ທ່ານ ໂກ​ກິ​ຊິ ກິ​ມູ​ຣະ ອະ­ດີດ​ຄູ​ຝຶກ​ຈາກ​ສະ­ໂມ­ສອນ ໂຢ​ໂກ ຣາ​ມາ­ລີ​ນ໊ອບ ໃນ​ເຈ​ລີກ ຫຼື ລີກ​ສູງ​ສຸດ​ຂອງ​ປະ­ເທດ​ຍີ່­ປຸ່ນ ມາ​ຊ່ວຍ​ກະ­ກຽມ​ນຳ­ພາ​ນັກ​ເຕະ​ທີມ​ຊາດ​ລາວ ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ເຕະ­ບານ​ຊີງ​ແຊັມ​ອາ​ຊຽນ ຫຼື ເອ​ເອ​ຟ​ເອ​ຟ ຊູ​ຊູ​ກິ ຄັບ 2012 ຮອບ​ຄັດ​ເລືອກ ທີ່​ຈະ​ຈັດ​ຂຶ້ນ​ຕົ້ນ​ເດືອນ​ຕຸ­ລາ 2012 ນີ້ ທີ່​ປະ­ເທດ​ມຽນ​ມາ.
ທ່ານ ໂກ​ກິ​ຊິ ກິ​ມູ​ຣະ ກ່າວ​ໃນ​ພິ­ທີເປີດ​ໂຕ​ທີ່​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ ເມື່ອ​ອາ­ທິດ​ທີ່​ຜ່ານ​ມາ​ວ່າ: ສຳ­ລັບ​ການ​ເຂົ້າ​ມາ​ຮັບ​ໜ້າ­ທີ່​ຄຸມ​ທີມ​ຊາດ​ລາວ​ຄັ້ງ​ນີ້ ຖື​ວ່າ​ເປັນ​ວຽກ​ທີ່​ໜັກ ແລະ ທ້າ​ທາຍ​ສົມ­ຄວນ ຊຶ່ງ​ຈະ​ເປັນ​ການ​ສ້າງ​ປະ­ສົບ​ການ​ເປັນ​ຢ່າງ​ສູງ ໃນ​ເບື້ອງ​ຕົ້ນ​ຈະ​ຄັດ​ເລືອກ​ເອົາ​ນັກ­ກີ­ລາ​ທີ່​ມີ​ຄວາມ​ສາ­ມາດ​ເຂົ້າ​ມາ​ເກັບ​ໂຕ​ຝຶກ­ແອບ ຈຳ­ນວນ 50 ຄົນ ເພື່ອ​ກຽມ​ຄັດ​ເລືອກ​ເອົາ​ນັກ­ກີ­ລາ​ທີ່​ມີ​ພອນ​ສະ­ຫວັນ ແລະ ຄວາມ​ສາ­ມາດ​ທີ່​ດີ ໃນ​ນັ້ນ ເປົ້າ​ໝາຍ​ທີ່​ໄດ້​ຄັດ​ເລືອກ​ແມ່ນ​ເນັ້ນ​ໃສ່​ນັກ­ກີ­ລາ​ທີ່​ຫຼິ້ນ​ຢູ່​ໃນ​ສາຍ ກ ທີ່​ຫາ​ກໍ​ສຳ­ເລັດ​ໄປ​ເມື່ອ​ບໍ່​ດົນ​ມາ​ນີ້ ແລະ ງານ​ກີ­ລາ​ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ກີ­ລາ​ລາວ ທີ່​ແຂວງ​ຄຳ​ມ່ວນ ເພື່ອ​ເຂົ້າ​ມາ​ເກັບ​ໂຕ​ຝຶກ​ຊ້ອມ​ຕາມ​ລະ­ບົບ ພ້ອມ​ທັງ​ໃຫ້​ໄດ້​ຕາມ​ແຜນ-ມາດ­ຕະ­ຖານ​ທີ່​ກຳ­ນົດ​ໄວ້ ສ່ວນ​ຄວາມ​ຫວັງ​ນັ້ນ ຈະ​ພະ­ຍາ­ຍາມ​ເຮັດ​ໃຫ້​ສຸດ​ຄວາມ​ສາ­ມາດ ເພື່ອ​ຜ່ານ​ຮອບ​ຄັດ​ເລືອກ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ສຸດ​ທ້າຍ​ຕໍ່​ໄປ.
ສຳ­ລັບ​ຮອບ​ຄັດ​ເລືອກ ຊຶ່ງ​ມີ 5 ຊາດ​ເຂົ້າ​ຮ່ວມ ປະ­ກອບ​ມີ: ມຽນ​ມາ (ເຈົ້າ­ພາບ) ກຳ­ປູ­ເຈຍ ບຣູ​ໄນ ຕີ​ມໍ​ເລ​ສ​ເຕ ແລະ ສປປ ລາວ ຈະ​ແຂ່ງ­ຂັນ​ລະ­ຫວ່າງ​ວັນ​ທີ 5-13 ຕຸ­ລາ 2012 ທີ່​ປະ­ເທດ​ມຽນ​ມາ ແຂ່ງ​ແບບ​ພົບ​ກັນ​ໝົດ ເພື່ອ​ຄັດ​ເອົາ 2ທີມ (ທີມ​ອັນ​ດັບ 1-2) ຜ່ານ​ເຂົ້າ​ສູ່​ຮອບ​ແບ່ງ​ກຸ່ມ​ຕໍ່​ໄປ.

ไม่มีความคิดเห็น:

แสดงความคิดเห็น