หน้าเว็บ

วันพฤหัสบดีที่ 29 มีนาคม พ.ศ. 2555

LAO LEAGUE TABLE 2012 UPDATE 29/03/12



ດາວຊັນໂວລາວລີກ 2012 update 29.03.2012

1. ກິຕ໋າ ສີສະຫວາດ 13 ປະຕູ ສະໂມສອນ ກອງທັບ
2. ໄຊສົງຄາມ ຈຳປາທອງ 10 ປະຕູ ສະໂມສອນ ກອງທັບ
ວິລະສັນ ແກ້ວມີໄຊ 10 ປະຕູ ສະໂມສອນ ລາວອາເມລິກາ
3. ແກ້ວວຽງເພັດ ສິດທິເດດ 8 ປະຕູ ສະໂມສອນ ເອສະຮາ
ວິລະຍຸດ ໄຊຍະບຸນຊູ 8 ປະຕູ ສະໂມສອນ ເອສະຣາ

LAO LEAGUE 2012 / 27-28 MARCH 2012

LAO LEAGUE 2012

27-28 MARCH 2012


YOTHA FC 2 - 1 EZRA FC



EZRA FC



YOTHA FC



VIENTIANE FC 12 - 0 LAO LANEXANG

ARMY 6 - 1 FRIEND DEVELOPMENT

วันศุกร์ที่ 23 มีนาคม พ.ศ. 2555

TEAMS IN LAO LEAGUE 2012

 VIENTIANE FC


  VIENTIANE FC






EZRA FC


 POLICE FC



 POLICE FC



 LAO AIRLINE FC


YOTHA FC

ນະຄອນຫຼວງ ຊະນະ ລາວ-ອາເມລິກາ 4Œ1 ຕາມຫຼັງທີມນໍາ 1 ແຕ້ມ ລີກສາຍ ກ

ສະ­ໂມ­ສອນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄົງ​ເກັ່ງ​ໄດ້​ຢ່າງ​ສະ​ໝ່ຳ​ສະ­ເໝີ ຫຼັງ​ຈາກ​ໄລ່​ເອົາ​ຊະ­ນະ​ສະ­ໂມ­ສອນ ລາວ-ອາ­ເມ­ລິ­ກາ ໄປ​ແບບ​ສະ­ບາຍ 4-1 ມີ​ຄະ­ແນນ​ຕາມ​ຫຼັງ​ທີມ​ນຳ​ໜ້າ​ຢ່າງ ປກສ ພຽງ 1 ແຕ້ມ​ເທົ່າ​ນັ້ນ ໃນ​ເຕະ­ບານ​ສາຍ ກ 2012.
ການ​ແຂ່ງ­ຂັນ​ເຕະ­ບານ​ລີກ​ສາຍ ກ ປະ­ຈຳ​ລະ­ດູ​ການ 2012ຮອບ​ຂາ​ໄປ ນັດ​ກາງ​ສັບ­ປະ­ດາ (21ມີ­ນາ 2012) ມີ​ການ​ແຂ່ງ­ຂັນ 3ຄູ່ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16ຄູ່​ທຳ​ອິດ​ນະ­ຄອນ­ຫຼວງ ທີ່​ຕັ້ງ​ເປົ້າ​ໄລ່​ລ່າ​ແຊັມ​ປີ​ນີ້ ຍັງ​ຄົງ​ເກັ່ງ​ໄດ້​ຢ່າງ​ສະ​ໝ່ຳ​ສະ­ເໝີ ແລະ ຍັງ​ບໍ່​ປະ​ລາ​ໄຊ​ໃຫ້​ທີມ​ໃດ​ໃນ​ປີ​ນີ້ ຫຼັງ​ຈາກ​ໄລ່​ເອົາ​ຊະ­ນະ​ວິ­ທະ­ຍາ­ໄລ​ລາວ-ອາ­ເມ­ລິ­ກາ ຂາດ​ຮອຍ 4-1 ໂດຍ​ໜຸ່ມ​ເມືອງ​ຫຼວງ ໄດ້​ປະ­ຕູ​ຈາກ ທົດ​ນິ­ລາດ ສີ​ບຸນ​ເຮືອງ ນາ­ທີໆ 34 ແກ້ວ​ພອນ​ໄຊ ສິນ​ທະ­ລາ​ວົງ ນາ­ທີໆ 51, 85 ແລະ ພອນ​ປະ­ເສີດ ວົງ​ສີ​ປະ­ສົມ ນາ­ທີໆ 89 ສ່ວນ ລາວ-ອາ­ເມ­ລິ­ກາ ໄດ້​ປະ­ຕູ​ຕີ​ໄຂ່​ແຕກ​ຈາກ ວິ­ລະ​ຂັນ ແກ້ວ​ມີ​ໄຊ ນາ­ທີໆ 66 ສົ່ງ​ຜົນ​ໃຫ້​ນະ­ຄອນ­ຫຼວງ ລົງ​ສະ­ໜາມ​ໄປ​ແລ້ວ 6 ນັດ ຊະ­ນະ 4 ສະ­ເໝີ 2 ມີ 14 ຄະ­ແນນ ຕາມ​ຫຼັງ​ທີມ​ນຳ​ໜ້າ​ຢ່າງ ປກສ ພຽງ​ແຕ້ມ​ດຽວ​ເທົ່າ​ນັ້ນ ຂະ­ນະ​ທີ່ ລາວ-ອາ­ເມ­ລິ­ກາ ເສຍ​ເປັນ​ນັດ​ທີ 3 ມີ 9 ຄະ­ແນນ ຈາກ 6 ນັດ.
ສ່ວນ​ຜົນ​ອີກ​ສອງ​ຄູ່​ໃນ​ມື້​ດຽວ​ກັນ ເອ​ັ​ສຣາ ໄລ່​ຖະ​ຫຼົ່ມ ລາວ​ລ້ານ​ຊ້າງ 16-2 ສົ່ງ​ຜົນ​ໃຫ້​ເອ​ັ​ສຣາ ມີ​ຄະ­ແນນ​ເພີ່ມ​ເປັນ 11 ແຕ້ມ ຈາກ​ການ​ລົງ​ສະ­ໜາມ 6 ນັດ ຊະ­ນະ 3 ສະ­ເໝີ 2 ແລະ ເສຍ 1 ສ່ວນ ລາວ​ລ້ານ​ຊ້າງ ລົງ​ສະ­ໜາມ 6 ນັດ ຊະ­ນະ 1 ແລະ ເສຍ 5 ມີ​ພຽງ 3 ຄະ­ແນນ ແລະ ຄູ່​ສຸດ​ທ້າຍ​ນັດ​ກາງ​ສັບ­ປະ­ດາ ກອງ­ທັບ ຊະ­ນະ ອິດ​ສະ​ເຕິນ​ສະ​ຕາ 6-1 ສົ່ງ​ຜົນ​ໃຫ້ ກອງ­ທັບ​ມີ 11 ຄະ­ແນນ ຈາກ 6 ນັດ ຊະ­ນະ 3 ສະ­ເໝີ 2 ແລະ ເສຍ 1.


ປກສ ບຽດຊະນະນ້ອງໃໝ່ 3-1 ຍັງເປັນທີມນຳໜ້າເຕະບານລີກ ສາຍ ກ

ສະ­ໂມ­ສອນ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ສະ­ແດງ​ຄວາມ​ເກັ່ງ​ສົມ​ລາ­ຄາ ຫຼັງ​ຈາກ​ໄລ່​ບຽດ​ເອົາ​ຊະ­ນະ​ສະ­ໂມ­ສອນ​ການ­ບິນ​ລາວ ທີມ​ນ້ອງ​ໃໝ່​ໄປ 3-1ພ້ອມ​ທັງ​ມີ​ຄະ­ແນນ​ນຳ​ໜ້າ​ໃນ​ຕາ­ຕະ­ລາງ​ເຕະ­ບານ​ລີກ ສາຍ ກ ຂະ­ນະ​ທີ່ ແຊັມ​ເກົ່າ ໂຍ­ທາ​ທິ​ການ ກັບ​ມາ​ໄລ່​ຖະ​ຫຼົ່ມ​ເພື່ອນ​ພັດ­ທະ­ນາ​ໄປ​ແບບ​ສະ­ບາຍ 11-0.
ການ​ແຂ່ງ­ຂັນ​ເຕະ­ບານ​ລີກ ສາຍ ກ ລະ­ດູ​ການ 2012 ຮອບ​ຂາ​ໄປ ນັດ​ກາງ​ສັບ­ປະ­ດາ (20 ມີ­ນາ 2012) ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ມີ​ການ​ແຂ່ງ­ຂັນ 2 ຄູ່ ຄູ່​ທຳ​ອິດ​ເປັນ​ການ​ພົບ​ກັນ​ລະ­ຫວ່າງ ເພື່ອນ​ພັດ­ທະ­ນາ​ພົບ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ຄູ່​ນີ້​ຜົນ​ປະ­ກົດ​ວ່າ ໂຍ­ທາ​ເປັນ​ຝ່າຍ​ໄລ່​ເອົາ​ຊະ­ນະ​ໄປ​ໄດ້​ຕາມ​ຄາດ 11-0ສົ່ງ​ຜົນ​ໃຫ້​ໂຍ­ທາ​ມີ​ຄະ­ແນນ​ເພີ່ມ​ເປັນ 12ຄະ­ແນນ ຫຍັບ​ຂຶ້ນ​ອັນ​ດັບ 2ຈາກ​ການ​ລົງ​ສະ­ໜາມ 6ນັດ ຊະ­ນະ 4ແລະ ເສຍ 2ສ່ວນ​ເພື່ອນ​ພັດ­ທະ­ນາ​ລົງ​ສະ­ໜາມ 6ນັດ ຊະ­ນະ 1ເສຍ 5ມີ​ພຽງ 3ຄະ­ແນນ​ເທົ່າ​ນັ້ນ.
ຂະ­ນະ​ທີ່​ຜົນ​ອີກ​ຄູ່ ປກສ ເປັນ​ຝ່າຍ​ບຽດ​ເອົາ​ຊະ­ນະ​ການ­ບິນ​ລາວ​ໄປ​ໄດ້ 3-1ສົ່ງ​ຜົນ​ໃຫ້ ປກສ ມີ 15ຄະ­ແນນ ຈາກ​ການ​ລົງ​ສະ­ໜາມ 6ນັດ ຊະ­ນະ 5ເສຍ 1ຍັງ​ຄົງ​ຄອງ​ຕຳ­ແໜ່ງ​ທີມ​ນຳ​ໃນ​ຕາ­ຕະ­ລາງ​ຕໍ່​ໄປ ສ່ວນ​ການ­ບິນ​ລາວ​ລົງ​ສະ­ໜາມ​ໄປ​ແລ້ວ 5ນັດ ຊະ­ນະ 2ເສຍ 3ມີ 6ຄະ­ແນນ.
ສຳ­ລັບ​ຕາ­ຕະ­ລາງ​ແຂ່ງ­ຂັນ​ນັດ​ຕໍ່​ໄປ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ມີ​ດັ່ງ­ນີ້
ວັນ​ທີ 24ມີ­ນາ 2012
- ປກສ ພົບ ອິດ​ສະ​ເຕິນ​ສະ​ຕາ ເວ­ລາ 15:00 ໂມງ.
- ກອງ­ທັບ ພົບ ເພື່ອນ​ພັດ­ທະ­ນາ ເວ­ລາ 16:00 ໂມງ.
- ລາວ​ລ້ານ​ຊ້າງ ພົບ ນະ­ຄອນ­ຫຼວງ ເວ­ລາ 17:15 ໂມງ.
ວັນ​ທີ 25ມີ­ນາ 2012
- ການ­ບິນ​ລາວ ພົບ ລາວ-ອາ­ເມ­ລິ­ກາ ເວ­ລາ 16:00 ໂມງ.
- ໂຍ­ທາ​ທິ​ການ ພົບ ເອັສຣາ ເວ­ລາ 17:00 ໂມງ.



ສຕລ ມອບລາງວັນໃຫ້ລີກສາຍ ກ 2011

ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ສະ­ຫຼຸບ​ຜົນ­ງານ​ການ­ເຄື່ອນ­ໄຫວ ພ້ອມ​ທັງ​ມອບ​ລາ­ງວັນ​ຕ່າງໆ​ໃຫ້​ແກ່​ລີກ​ສາຍ ກ ປີ 2011 ແລະ ບານ­ເຕະ​ຍິງ​ຊີງ​ຂັນ​ປະ­ທານ​ສະ­ພາ​ແຫ່ງ​ຊາດ 2011 ຂຶ້ນ ໃນ​ວັນ​ທີ 16 ມີ­ນາ 2012 ຜ່ານ​ມາ ທີ່​ໂຮງ­ແຮມ​ເມີ​ກຽວ (ໂນ​ໂວ​ເທວ​ເກົ່າ) ໂດຍ​ເປັນ​ກຽດ​ເຂົ້າ​ຣ່ວມ​ຂອງ​ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ກີ­ລາ​ລະ­ດັບ​ສູງ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທ່ານ ວີ​ເພັດ ສີ​ຫາ​ຈັກ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ ມີ​ບັນ­ດາ​ການ​ນຳ​ແຕ່​ລະ​ສະ­ໂມ­ສອນ ກຳ­ມະ­ການ ຄູ​ເຝິກ ແລະ ນັກ­ກີ­ລາ ເຂົ້າ​ຮ່ວມ.
ສຳ­ລັບ​ລາ­ງວັນ​ທີ່​ທາງ ສຕລ ມອບ​ໃຫ້​ຄັ້ງ​ນີ້ ປະ­ກອບ​ມີ: ທີມ​ຊະ­ນະ​ເລີດ​ເຕະ­ບານ​ສາຍ ກ ປະ­ຈຳ​ປີ 2011 ສະ­ໂມ­ສອນ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ຣັບ​ຂັນ​ຊະ­ນະ​ເລີດ ພ້ອມ​ເງິນ­ສົດ 100 ລ້ານ​ກີບ ຮອງ​ຊະ­ນະ​ເລີດ ສະ­ໂມ­ສອນ​ທະ­ນາ­ຄານ ໄດ້​ຮັບ​ເງິນ­ສົດ 50 ລ້ານ​ກີບ ແລະ ອັນ​ດັບ 3 ສະ­ໂມ­ສອນ​ເອ​ສຣາ ໄດ້​ຣັບ​ເງິນ­ສົດ 20 ລ້ານ​ກີບ ນອກ­ຈາກ​ນີ້ ຍັງ​ມີ​ທີມ​ມາ­ລະ­ຍາດ​ດີ­ເດັ່ນ ທີມ​ຍິງ​ບ້ານ​ແສນ​ດິນ ທີມ​ຊາຍ​ອິດ​ສະ​ເຕິນ​ສະ​ຕາ ຄູ​ເຝິກ​ດີ­ເດັ່ນ ທີມ​ຍິງ ທ່ານ ບຸນ​ຫຼີ ຈາກ​ທີມ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ທີມ​ຊາຍ ທ່ານ ບ່ຽງ​ຊູ​ນາ ຈາກ​ສະ­ໂມ­ສອນ​ເອ​ສຣາ ກຳ­ມະ­ການ​ຕັດ­ສິນ​ດີ­ເດັ່ນ ປະ­ເພດ​ຍິງ ທ່ານ ຄາ­ລົມ ປັນ­ຍາ​ທອງ ປະ­ເພດ​ຊາຍ ທ່ານ ພອນ​ສຸກ ສິນ​ເຕ­ໂຊ ກຳ­ມະ­ການ​ຊ່ວຍ​ດີ­ເດັ່ນ​ຍິງ ທ່ານ​ນາງ ແຕ໋ວ ພູ​ແກ້ວ ປະ­ເພດ​ຊາຍ ທ່ານ ສົມ​ພາ​ວັນ ຫຼວງ​ລາດ ນັກ­ກີ­ລາ​ດີ­ເດັ່ນ​ຍິງ ນາງ ສຸ­ຈິດ​ຕາ ພົມ​ຫາ​ລາດ ປະ­ເພດ​ຊາຍ ທ້າວ ສຸກ​ອາ­ພອນ ວົງ​ຈຽງ​ຄຳ ຜູ້­ຍິງ​ປະ­ຕູ​ສູງ​ສຸດ​ຍິງ ນາງ ສຸ­ພາ​ວັນ ໄພ​ວັນ ແລະ ປະ­ເພດ​ຊາຍ ທ້າວ ແລມ​ໂບ້ ໄຊ­ຊະ­ນະ.

ໂຍທາໄລ່ຊະນະລາວŒອາເມລິກາ 3-1 ຫຍັບຂຶ້ນເປັນທີມນໍາເຕະບານ ສາຍ ກ

ສະ­ໂມ­ສອນ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໂຊ​ຟອມ​ເກັ່ງ​ສົມ​ລາ­ຄາ​ເຕັງ​ແຊັມ ໄລ່​ເອົາ​ຊະ­ນະ​ວິ­ທະ­ຍາ­ໄລ​ລາວ-ອາ­ເມ­ລິ­ກາ ໄປ​ແບບ​ຂາດ​ຮອຍ 3-1ພ້ອມ​ກັບ​ຫຍັບ​ຂຶ້ນ​ໄປ​ເປັນ​ທີມ​ນຳ (ທີມ​ແຖວ​ໜ້າ) ຕາ­ຕະ­ລາງ​ເຕະ­ບານ​ສາຍ ກ ຂະ­ນະ​ທີ່​ການ­ບິນ​ລາວ​ທີມ​ນ້ອງ​ໃໝ່​ກໍ​ບໍ່​ນ້ອຍ​ໜ້າ ໄລ່​ບຽດ​ເອົາ​ຊະ­ນະ​ລາວ​ລ້ານ​ຊ້າງ​ໄປ​ແບບ​ຫວຸດ​ຫວິດ 3-2ເຊັ່ນ​ດຽວ​ກັນ.
ການ​ແຂ່ງ­ຂັນ​ເຕະ­ບານ​ລີກ ສາຍ ກ ປະ­ຈຳ​ລະ­ດູ​ການ 2012 ວັນ​ທີ 11 ມີ­ນາ 2012 ຜ່ານ​ມາ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ມີ​ການ​ແຂ່ງ­ຂັນ 2 ຄູ່ ຊຶ່ງ​ຄູ່​ທີ່​ໜ້າ​ສົນ­ໃຈ​ກໍ​ຄື​ຄູ່​ເອກ ເປັນ​ການ​ພົບ​ກັນ​ລະ­ຫວ່າງ "ແຊັມ​ເກົ່າ" ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ພົບ​ກັບ​ວິ­ທະ­ຍາ­ໄລ​ລາວ-ອາ­ເມ­ລິ­ກາ ແລະ ຜົນ​ກໍ​ເປັນ​ໄປ​ຕາມ​ຄາດ ເມື່ອ "ແຊັມ​ເກົ່າ" ເປັນ​ຝ່າຍ​ໄລ່​ຊະ­ນະ​ໄປ​ໄດ້ 3-1ໂດຍ​ໂຍ­ທາ​ໄດ້​ປະ­ຕູ​ຈາກ ໄຊ­ຊະ­ນະ ອິນ​ທະ​ວົງ ໃນ​ນາ­ທີ​ທີ 27ສິດ­ທິ​ເດດ ຂັນ​ທະ​ວົງ ນາ­ທີ​ທີ 54ແລະ ປະ­ເສີດ​ສັກ ສຸ­ລິ­ຍະ​ວົງ ນາ­ທີ​ທີ 69ສ່ວນ​ລາວ-ອາ­ເມ­ລິ­ກາ ໄດ້​ປະ­ຕູ​ຕີ​ໄຂ່​ແຕກ​ຈາກ ວິ­ລະ​ສັນ ແກ້ວ​ມີ​ໄຊ ໃນ​ນາ­ທີ​ທີ 34 ສົ່ງ​ຜົນ​ໃຫ້​ໂຍ­ທາ ລົງ​ສະ­ໜາມ​ໄປ​ແລ້ວ 4 ນັດ ຊະ­ນະ 3 ເສຍ 1 ມີ 9 ຄະ­ແນນ ແຊງ​ສະ­ໂມ­ສອນ​ເອ​ັ​ສຣາ ຂຶ້ນ​ໄປ​ເປັນ​ທີມ​ນຳ​ໜ້າ​ໃນ​ຕາ­ຕະ­ລາງ ສ່ວນ ລາວ-ອາ­ເມ­ລິ­ກາ ລົງ​ສະ­ໜາມ 4 ນັດ ຊະ­ນະ 2 ເສຍ 2 ມີ 6 ຄະ­ແນນ​ຄື­ເກົ່າ.
ຂະ­ນະ​ທີ່​ຜົນ​ອີກ​ຄູ່​ໃນ​ມື້​ດຽວ​ກັນ ປະ­ກົດ​ວ່າ: ສະ­ໂມ­ສອນ​ການ­ບິນ​ລາວ​ທີມ​ນ້ອງ​ໃໝ່ ກໍ​ບໍ່​ນ້ອຍ​ໜ້າ ສາ­ມາດ​ໄລ່​ເອົາ​ຊະ­ນະ​ສະ­ໂມ­ສອນ​ລາວ​ລ້ານ​ຊ້າງ​ໄປ​ແບບ​ຫວຸດ​ຫວິດ 3-2ສົ່ງ​ຜົນ​ໃຫ້­ການ​ບິນ​ລາວ​ລົງ​ສະ­ໜາມ 4ນັດ ຊະ­ນະ 2ເສຍ 2ມີ 6ຄະ­ແນນ ສ່ວນ​ລາວ​ລ້ານ​ຊ້າງ ລົງ​ສະ­ໜາມ 4ນັດ ຊະ­ນະ 1ເສຍ 3ມີ 3ຄະ­ແນນ.
ສຳ­ລັບ​ຜົນ​ການ​ແຂ່ງ­ຂັນ ວັນ​ທີ 10 ມີ­ນາ 2012 ມີ​ດັ່ງ­ນີ້:
ກອງ­ທັບ ສະ­ເໝີ ນະ­ຄອນ­ຫຼວງ 1-1
ອິດ​ສະ​ເຕີນ​ສະ​ຕາ ເສຍ ເພື່ອນ​ພັດ­ທະ­ນາ 0-1.
ປກສ ພົບ ເອ​ັ​ສຣາ ເລື່ອນ​ການ​ແຂ່ງ­ຂັນ ເນື່ອງ​ຈາກ​ນັກ​ເຕະ​ທັງ​ສອງ​ທີມ​ບໍ່​ພ້ອມ ຈາກ​ການ​ຫາ​ກໍ​ກັບ​ມາ​ຈາກ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ເຕະ­ບານ​ຊີງ​ຂັນ​ເຈົ້າ​ຊີ­ວິດ ປະ­ເທດ​ບຣູ​ໄນ.
ສ່ວນ​ຕາ­ຕະ­ລາງ​ແຂ່ງ­ຂັນ​ນັດ​ຕໍ່​ໄປ ວັນ​ທີ 14 ມີ­ນາ 2012 ອິດ​ສະ​ເຕິນ​ສະ​ຕາ ພົບ ນະ­ຄອນ­ຫຼວງ ເວ­ລາ 14:00 ໂມງ ແລະ ເອ​ັ​ສຣາ ພົບ ປກສ ເວ­ລາ 16:00 ໂມງ ທີ່​ເດີ່ນ​ນອກ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16.